ຊົມເຊີຍວັນສ້າງຕັ້ງ
ມະຫາວິທະຍາໄລແຫ່ງຊາດຄົບຮອບ 25 ປີ ຢ່າງສຸດໃຈ

5 ພະຈິກ 1996 - 5 ພະຈິກ 2021

ເຊີນຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 25 ປີ ທີ່ ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 21 ທັນວາ 2021.

 

ປະຫວັດຄວາມເປັນມາ

ມະຫາວິທະຍາໄລແຫ່ງຊາດ ເປັນມະຫາວິທະຍາໄລເຕັມຮູບແບບ ແຫ່ງທໍາອິດໃນປະຫວັດສາດ ຂອງຊາດລາວ

ມຊ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 5 ພະຈິກ 1996 ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງໃນວັນທີ 9/6/1995,

ໂດຍການເຕົ້າໂຮມເອົາບັນດາສະຖາບັນການສຶກສາຊັ້ນສູງ ເຊິ່ງຂຶ້ນກັບຫຼາຍກະຊວງເຂົ້າເປັນມະຫາວິທະຍາໄລແຫ່ງຊາດ. ບັນດາສະຖາບັນການສຶກສາດັ່ງກ່າວ ປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູວຽງຈັນ, ມະຫາວິທະຍາໄລຊັບພະວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງ ດົງໂດກ, ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫາສະຖານຊັ້ນສູງ, ໂຮງຮຽນ ຄົມມະນາຄົມຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງໄຟຟ້າເອເລັກໂຕຣນິກ ແລະສູນກຽມສ້າງຕັ້ງມະຫາວິທະຍາໄລ ກະສິກໍາ-ປ່າໄມ້ເວີນຄໍາ.
ນັບແຕ່ນັ້ນມາ ມະຫາວິທະຍາໄລແຫ່ງຊາດ ໄດ້ດໍາເນີນວຽກງານການຄຸ້ມຄອງ-ບໍລິຫານ ແລະ ຈັດການການຮຽນ-ການສອນຢ່າງເປັນລະບົບ. ໃນເບື້ອງຕົ້ນ ມຊ ມີ 7 ຄະນະວິຊາ, 6 ຫ້ອງການ ແລະວິທະຍາໄລວິທະຍາສາດພື້ນຖານ. ຈາກນັ້ນມາກໍໄດ້ມີການສ້າງຕັ້ງຄະນະວິຊາ, ສະຖາບັນ, ຫ້ອງການ, ສູນ, ໂຮງຫມໍວິທະຍາເຂດ ແລະໂຮງຮຽນປະຖົມສຶກສາສົມບູນ ແລະໂຮງຮຽນມັດທະຍົມສົມບູນ. ສຶກສາສາທິດດັ່ງນັ້ນ, ມາຮອດສົກສຶກສາ 2018-2019 ນີ້, ມະຫາວິທະຍາໄລແຫ່ງຊາດປະກອບມີ 13 ຄະນະວິຊາ, 2 ສະຖາບັນ, 11 ຫ້ອງການ, 1 ຫໍສະຫມຸດກາງ, 3 ສູນ, 1 ໂຮງຫມໍວິທະຍາເຂດ ດົງໂດກ ແລະໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ. ອ່ານເພີ່ມເຕີມ

 

ຂ່າວການເຄື່ອນໄຫວ ແລະ ກິດຈະກຳ

ຂ່າວການເຄື່ອນໄຫວ ຂອງ ຜູ້ບໍລິຫານ ແລະ ນັກສຶກສາພາຍໃນ ມຊ

View all Posts
ມ.ກ 4, 2022
ພາກສ່ວນຕ່າງໆ ເຂົ້າອວຍພອນ ຄະນະນໍາ ມຊ

        ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ຄສ. 2021 ແລະຕ້ອນຮັບປີໃໝ່ 2022 ໃນລະຫວ່າງ ວັນທີ 28 ຫາ 31 ທັນວາ 2021...

ທ.ວ 28, 2021
ພິທີປະກາດນາມມະຍົດ 4 ບຸກຂອງ ຄຊປປລ ມະຫາວິທະຍາໄລແຫ່ງຊາດ

        ໃນວັນທີ 23 ທັນວາ 2021​ ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ (ຄຊປປລ ມຊ)...

ທ.ວ 27, 2021
ສະຫະພັນແມ່ຍິງ ມຊ ຍົກສູງ “ພາວະຜູ້ນຳ ແລະການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ”

        ເພື່ອສົ່ງເສີມ ແລະຍົກສູງຄວາມກ້າວໜ້າຂອງແມ່ຍິງ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ໃນວັນທີ 27 ທັນວາ 2021,...

ທ.ວ 22, 2021
ມຊ ສະເຫຼີມ-ສະຫຼອງວັນສ້າງຕັ້ງຄົບຮອບ 25 ປີ

         ໃນຕອນເຊົ້າວັນທີ 22 ທັນວາ 2021 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດຕັ້ງ ພິທີສະເຫຼີມ-ສະຫຼອງ...

ພ.ຈ 26, 2021
ມຊ. ສຳເລັດການສອບເສັງອອນລາຍເປັນຄັ້ງທຳອິດ ໃນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນສັກສຶກສາ 2021-2022

           ມະຫາວິທະຍາໄລແຫ່ງຊາດ(ມຊ)ຈັດການສອບເສັງຄັດເລືອກເອົານັກສຶກສາ ປະຈຳສົກສຶກສາ 2021-2022....

ຕ.ລ 27, 2021
ສຂຈ ສຳເລັດການສອບເສັງທາງອອນລາຍເປັນຄັ້ງທຳອິດ ເພື່ອຄັດເລືອກຮັບນັກສຶກສາ ຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ

           ການສອບເສັງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ຕຸລາ 2021 ຜ່ານມາ ທີ່ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ ໂດຍການລົງຕິດຕາມການສອບເສັງຂອງທ່ານ ຮສ. ປອ....

ຕ.ລ 27, 2021
ມຊ ແລະສະຖາບັນສະຖາບັນ ອາທີໄອ ອິນເຕີເນຊັນນັນ ເຊັນບົດບັນທຶກຄວາມເຂົ້າໃຈ ໃນວຽກງານສ້າງຄວາມເຂັ້ມແຂງທາງດ້ານການບໍລິຫານ

ພິທີເຊັນບົດບັນທຶກຄວມເຂົ້າໃຈ ໂຄງການສຶກສາ ແລະການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ...

 
 

ທຶນການສຶກສາ

ໂອກາດທີ່ຈະພັດທະນາ ຕົນເອງ ຈາກທຶນການສຶກສາ ທັງ ພາຍໃນ ແລະ ຕ່າງປະເທດ ສຳຫຼັບ ນັກສຶກສາ ແລະ ຄູອາຈານ.

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ © 2022 National University of Laos. ສະຫງວນລິຂະສິດ.
Free Web Hosting