


#Women’s Leadership Workshop for Faculty by Souphanouvong University and Sookmyung Women’s University and SU women Union Committee. Support by UNESCO-UNITWIN Nov 29th –30th 2021
#ພິທີເປີດຝຶກອົບຮົມ
# ໂຄງການຝຶກອົບຮົມ ພາວະການເປັນຜູ້ນຳຂອງຮາກຖານສະຫະພັນແມ່ຍິງ ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລ ສຸກມິຢ່ອງ ສ.ເກົາຫຼີໃຕ້. ພາຍໃຕ້ທືນ ສະໜັບສະໜູນ Unessco-Unitwin ຄັ້ງວັນທີ່ 29-30 ພະຈິກ 2021.

ອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ ກ່າວອວຍພອນພະນັກງານຄູອາຈານ ແລະ ລາຍງານຜົນງານການຈັດຕັ້ງປະຕິບັດວຽກງານຂອງ ມະຫາວິທະຍາໄລ ສຸພານຸວົງ ເນື່ອງໃນໂອກາດ ວັນສະເຫຼີມສະຫຼອງ ວັນຄົບຮອບວັນສ້າງຕັ້ງ ມະຫາວິທະຍາໄລ ສຸພານຸວົງ ຄົບຮອບ 18 ປີ


# Women’s Empowerment Through ICT skills and Leadership Education Souphanouvong University and Sookmyung Women’s University SU women Union Committee. Aug 09th –13th 2021
ໃນຕອນເຊົ້າຂອງວັນທີ 30-07-2021 (ວັນສຸກ) ໄດ້ມີພິທີມອບຮັບອຸປະກອນຈາກໂຄງການ Eu-Forheal ເພື່ອມອບໃຫ້ຄະນະກະເສດສາດ ແລະຊັບພະຍາກອນປ່າໄມ້ໃຫ້ກຽດເປັນປະທານໂດຍທ່ານ ສີອານຸວົງ ສະຫວັດວົງ ຮອງ ອະທິການບໍດີ ມສ ແລະ ທ່ານ Fracois Pravongveingkham ສຳນັກງານຕ່າງໜ້າສະຫະພາບເອີຣົບ ປະຈຳ ສປປລາວ. ພ້ອມດ້ວຍບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ, ຫົວໜ້າພາກ ແລະພະນັກງານອາຈານ ທັງໝົດ 30 ຄົນ.
ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 112 ປີ, ວັນປ່ອຍປາ ແລະ ອານຸລັກ ສັດນ້ຳ- ສັດປ່າ ແຫ່ງຊາດ ( 13 ກໍລະກົດ 1909 – 13 ກໍລະກົດ 2021 ) ທີ່ ມະຫາວິທະຍາໄລສຸພານຸວົງ. ໃນພິທີດັ່ງກ່າວມະຫາວິທະຍາໄລ ສຸພານຸວົງໄດ້ຈັດພິທີປ່ອຍປາລົງສູ່ໜອງປາໃຫຍ່ຂອງ ມະຫາວິທະຍາໄລ ສຸພານຸວົງ.
ແຈ້ງການດ່ວນ
ອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ ຂໍແຈ້ງມາຍັງທ່ານຊາບວ່າ: ຄະນະຮັບຜິດຊອບຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຈາກພະແນກສາທາລະນະສຸກແຂວງຫຼວງພະບາງ ຈະໄດ້ລົງມາສັກວັກຊີນຕ້ານໂຄວິດ 19 ໃຫ້ແກ່ພະນັກງານ – ອາຈານ ແລະ ນັກສຶກສາ ທົ່ວ ມະຫາວິທະຍາໄລ ສຸພານຸວົງ (ຜູ້ທີ່ຍັງບໍ່ທັນໄດ້ສັກ) ໃນລະຫວ່າງ ວັນທີ 18-19 ພຶດສະພາ 2021 ເລີ່ມແຕ່ເວລາ 8:00 ເປັນຕົ້ນໄປ ທີ່ສະໂມສອນໃຫຍ່ ອ່ານລາຍລະອຽດເພີ່ມເຕີມ …Read More…
ມື້ນີ້ ວັນທີ 17 ພຶດສະພາ 2021ສະມາຄົມນັກທຸລະກິດໝຸ່ມແຂວງຫຼວງພະບາງໄດ້ມອບເຄື່ອງອຸປະໂພກ ໃຫ້ແກ່ນັກສຶກສາຫໍພັກ ມູນຄ່າ 5.000.000 ກີບ ແລະ ທ່ານພະນົມໄຊ ພະການຫ້ອງກວດພະຍາດພະການ (PHAKAN’S CLINIC) ໄດ້ມອບເຄື່ອງອຸປະກອນການແພດ ແລະ ຢາປົວພະຍາດຈຳນວນໜຶ່ງ ມູນຄ່າ 1,500,000 ກີບ ໃຫ້ຂະແໜງພະຍາບານ ຂອງມະຫາວິທະຍາໄລ ສຸພານຸວົງ ເພື່ອໃຊ້ເຂົ້າໃນການຕິດຕາມ ແລະ ເບິ່ງແຍງສຸຂະພາບຂອງນັກສຶກສາ ທີ່ຕົກຄ້າງຢູ່ມະຫາວິທະຍາໄລ ໃນຊ່ວງການລະບາດຂອງພະຍາດໂຄວິດ-19.
#ມະຫາວິທະຍາໄລສຸພານຸວົງ ໄດ້ສືບຕໍ່ໂຈະການຮຽນ-ການສອນຊົ່ວຄາວ ນັບຕັ້ງແຕ່ວັນທີ 6 – 20 ພຶດສະພາ 2021 ແລະ ໄດ້ນຳໃຊ້ຮູບແບບການຮຽນ-ການສອນຜ່ານທາງສື່ອອນລາຍໃນຮູບແບບຕ່າງໆເຊັ່ນ: Whatsapp, Facebook live, Google Meet, Zoom, Google Classroom, OBS ແລະ ອື່ນໆ ລາຍລະອຽດແມ່ນຕາມແຈ້ງການລຸ່ມນີ້
ໃນວັນທີ 01 – 04 ພຶດສະພາ 2021 ໄດ້ມີພາກສ່ວນຕ່າງໆເຂົ້າມາມອບເຄື່ອງຊ່ວຍເຫຼືຶອນັກສຶກສາຫໍພັກ ມ.ສຸພານຸວົງ ທີ່ກັກຕົວ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19, ລາຍລະອຽດດັ່ງລຸ່ມນີ້:
- ຄະນະບໍລິຫານງານ ຊປປລ ຮາກຖານ ມ.ສຸພານຸວົງ ແລະ ທີມງານສາຍໃຍຮັກຜ່ານສື່ອອນລາຍ ທີມງານຖີບລົດຖີບເພື່ອສຸຂະພາບ ຫຼວງພະບາງ ແລະ Forget Me Not, MBA FC, ເລຂາຊາວໜຸ່ມ ພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ໄດ້ມອບເຄຶ່ອງຊ່ວຍເຫຼືອ: ໝີ່ສຳເລັດຮູບ, ໄຂ່, ເຂົ້າສານ, ເຂົ້າຈີ່ ແລະ ຜ້າອັດປາກ, ດັງ ລວມມູນຄ່າທັງໝົດ 5.000.000 ກີບ
- ທີມງານ ລວມເພື່ອນ (FFF) ໄດ້ມອບເຄຶ່ອງຊ່ວຍເຫຼືອ: ໄຂ່ໄກ່ ແລະ ໜີ່ສຳເລັດຮູບ ລວມມູນຄ່າ 1.365.000 ກີບ.
- ພະນັກງານຄູ-ອາຈານ ແລະ ນັກສຶກສາ ຄະນະເສດຖະສາດ ແລະ ການທ່ອງທ່ຽວໄດ້ມອບ ເຂົ້າສານ (ເຂົ້າໜຽວ ແລະ ເຂົ້າຈ້າວ), ແຈ່ວບອງ, ປ໋ອງປາ, ໝີ່ສຳເລັດຮູບ ແລະ ຜ້າປິດປາກ, ດັງ ລວມມູນຄ່າ 1.065.000 ກີບ
- ທີມງານສ່ຽວ ຫຼວງພະບາງ-ວຽງຈັນ ໄດ້ມອບເຄຶ່ອງຊ່ວຍເຫຼືອ: ໝີ່ສຳເລັດຮູບ ຈຳນວນ 15 ແກັດ ແລະ ນໍ້າດື່ມ 1 ແພັກ ລວມມູນຄ່າ 800.000 ກີບ
- ສະຫະພັນແມ່ຍິງ ມ. ສຸພານຸວົງໄດ້ມອບເຄຶ່ອງຊ່ວຍເຫຼືອ: ອາຫານແຫ້ງ ( ຂຽບໝູ, ໜັງພອງ, ຊິ້ນສະຫວັນ, ໝູຝອຍ, ເຂົ້າຈີ່ ແລະ ໝີ່ສຳເລັດຮູບ) ລວມມູນຄ່າ 1.500.000 ກີບ.
- ສະຫະພັນ ກຳມະບານ ມ.ສຸພານຸວົງ ໄດ້ມອບເຄຶ່ອງຊ່ວຍເຫຼືອ: ເຂົ້າສານ ແລະ ໝີ່ສຳເລັດຮູບ ລວມມູນຄ່າ 600.000 ກີບ.
- ຫໍພັກພະນັກງານ (ຕຶກຊັ້ນ 3) ໄດ້ມອບເຄຶ່ອງຊ່ວຍເຫຼືອ:ນໍ້າມັນພືດ ແລະ ໄຂ່ ລວມມູນຄ່າ 300.000 ກີບ.
- ສະຫະພັນ ກຳມະບານ ມ.ສຸພານຸວົງ ໄດ້ມອບເຄຶ່ອງຊ່ວຍເຫຼືອ (ມອບໃຫ້ນັກສຶກສາຫໍພັກ ຫວຽດນາມ): ເຂົ້າສານ, ໝີ່ສຳເລັດຮູບ ແລະ ນໍ້າດື່ມ ລວມມູນຄ່າ 250.000 ກີບ.
- ນາງ ຄຳຫຼ້າ ອຸດົມສິນ + ທ້າວ ວັນນະກອນ ຂຸມເພັດຊະວົງ (ກໍ່ສ້າງເຄຫະ) ໄດ້ມອບເຄຶ່ອງຊ່ວຍເຫຼືອ: ນໍ້າດື່ມ ຈຳນວນ 232 ຕຸກ ແລະ ພາຫະນະຂົນສົ່ງ (ບໍ່ລະບຸມູນຄ່າການຊ່ວຍເຫຼືອ)
- 10. ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມ.ສຸພານຸວົງ ໄດ້ມອບເຄຶ່ອງຊ່ວຍເຫຼືອ: ປ້າຍພິທີມອບ-ຮັບເຄື່ອງບໍລິຈາກ ລວມມູນຄ່າ 230.000 ກີບ.
- 11. ໜ່ວຍແມ່ຍິງ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ພ້ອມດ້ວຍພາກສ່ວນ:
- ນາງ ວິໄລພອນ ຈັນທະວົງ ບ້ານພູເຫຼັກຈະເລີນ
- ນາງ ສີລະຄອນ ສິງຫາລາດ
- ນາງ ບົວວັນ ຈັນຖະຝົນ
- ທ່ານ ບຸນເພັງ ດີວິໄຊ
- ທ່ານ ຮສ ປອ ທອງວັນ ສີຣິວັນ
- ບໍລິສັດ ພີເອ ກໍ່ສ້າງຈຳກັດ ນະຄອນຫຼວງວຽງຈັນ
- ທ່ານ ບຸນເກີດ ສຸວັນນະເສນ (ດ່ານພາສີສາກົນ ບໍ່ເຕ່ນ)
ໄດ້ມອບເຄຶ່ອງຊ່ວຍເຫຼືອ: ເຂົ້າສານ, ແຈ່ວບອງ, ປ໋ອງປາ ແລະ ໝີ່ສຳເລັດຮູບ ລວມມູນຄ່າ 2.860.000 ກີບ
12. ກຳມະບານ ຮາກຖານ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມ.ສຸພານຸວົງ ໄດ້ມອບເຄຶ່ອງຊ່ວຍເຫຼືອ: ຊີ້ນສະຫວັນ, ໄຂ່, ແຈ່ວບອງ ແລະ ຂຽບໝູ ລວມມູນຄ່າ 700.000 ກີບ
13ທ່ານ ກອນປະດິດ ດວງອຸທິ ໄດ້ມອບເຄຶ່ອງຊ່ວຍເຫຼືອ: ໝີ່ສຳເລັດຮູບ ລວມມູນຄ່າ 500.000 ກີບ.
14. ຄະນະ ກະເສດສາດ ແລະ ຊັບພະຍາກອນປ່າໄມ້ (ໜ່ວຍພັກ, ແມ່ຍິງ ແລະ ຊາວໜຸ່ມ) ມ.ສຸພານຸວົງ ໄດ້ມອບເຄຶ່ອງຊ່ວຍເຫຼືອ: ໝີ່ສຳເລັດຮູບ, ໄຂ່ ແລະ ນໍ້າດື່ມ ລວມມູນຄ່າ 2.300.000 ກີບ
ຕອນເຊົ້າຂອງວັນທີ 11 ມີນາ 2021 ມະຫາວິທະຍາໄລສຸພານຸວົງ ໄດ້ເປີດກອງປະຊຸມ ສະພາວິຊາການ ສະໄໝສາມັນຄັ້ງທີ 1 ຂື້ນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ. ຮສ. ວິໄຊ ຈັນສະຫວ່າງ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ, ພ້ອມດ້ວຍບັນດາທ່ານ ຮອງອະທິການບໍດີ, ສະມາຊິກສະພາວິຊາການ, ຕົວແທນອາຈານຈາກຄະນະວິຊາແລະ ຕົວແທນຜູ້ສັງເກດການຈາກຫ້ອງການຕ່າງໆກໍ່ເຂົ້າຮ່ວມ ຢ່າງພ້ອມພຽງ ທີ່: ຫ້ອງປະຊຸມຊັ້ນສອງ ສຳນັກງານອະທິການບໍດີ ມະຫາວິທະຍາໄລສຸພານຸວົງ; ກອງປະຊຸມຈະດຳເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 11-12 ມີນາ 2021 ຈຶ່ງຈະສຳເລັດ.
ສາທຸຈ່ອຍ ຈາກວັດລາວເມືອງໄວເຊເລັຍ ລັດຄາລິໂຟເນັຍ ປະເທດສະຫະລັດອະເມລິກາ ໄດ້ໃຫ້ທຶນການສຶກສາຈຳນວນ 3 ທຶນ ປື້ມປະຫວັດສາດລາວ ແລະ ອຸປະກອນການສຶກສາ ລວມຈຳນວນ 9.295.000 ກີບ , ທ່ານ ດຣ.ບອບ ໄດ້ມອບທຶນການສຶກສາ ຈຳນວນ 1 ທຶນ ແລະ ປື້ມຕຳລາລວມມູນຄ່າ 100 ຮ້ອຍກວ່າລ້ານກີບ ໃນວັນທີ່ 28 ທັນວາ 2020 ຜ່ານມາ
ອ່ານຂ່າວແລະຂໍ້ມູນເພີ່ມເຕີມໄດ້ທີ່ນີ້